Visite de l’Ambassadeur de France au Vice-Président

L’Ambassadeur de France a été reçu le 11 septembre par le Vice-Président laotien, S.E M. Boun Nhang VORACHIT. A cette occasion, l’Ambassadeur a dressé le bilan de son action pendant ses trois années passées au Laos, marquées notamment par deux visites présidentielles, l’une en France et l’autre au Laos ainsi que par la signature de l’accord de concession pour l’extension du lycée français Josué Hoffet à Vientiane. Le Vice-Président a remercié M. Yves Carmona pour ses efforts en faveur du développements des relations bilatérales entre la France et le Laos.

ໃນວັນທີ 11 ກັນຍາ 2015, ພະນະທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງທ່ານ ອີວ ກາກໂມນາ ເອກອັກຄະລັດຖະທູດຝຣ່ັງ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ ທ່ານເອກອັກຄະລັດຖະທູດຝຣ່ັງ ໄດ້ກ່າວເຖິງຜົນງານອັນພົ້ນເດັ່ນໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ໂດຍສະເພາະ ການເດີນທາງຢ້ຽມຢາມສປປ ລາວ ຂອງປະທານາທິບໍດີຝຣ່ັງ ແລະ ການຢ້ຽມຢາມຝຣ່ັງ ຂອງປະທານປະເທດ ແຫ່ງ ສປປ ລາວ ແລະ ການເຊັນສັນຍາສຳປະທານທີ່ດິນເພື່ອຂະຫຍາຍໂຮງຮຽນຝຣ່ັງ Josué Hoffet. ໂອກາດດຽວກັນ ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ອີວ ກາກໂມນາ ຕໍ່ຄວາມພະຍາຍາມໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ ແລະ ຝຣ່ັງໃຫ້ມີບາດກ້າວຂະຫຍາຍຕົວຂຶ້້ນໄປເລື້ອຍໆ.

Visite de l'Ambassadeur de France au Vice-Président
Visite de l'Ambassadeur de France au Vice-Président
Visite de l'Ambassadeur de France au Vice-Président

Dernière modification : 20/12/2018

Haut de page